ຂ່າວລາຍວັນ

ສາເຫດຄົນຕົກເຫວ ຈຸດໂຄ້ງຊົມວິວພູເກົ້າຫລັກ​

ເຫດຄົນຕົກເຫວ ຈຸດໂຄ້ງຊົມວິວພູເກົ້າຫລັກ​ ເມືອງກາສີ ເສຍຊີວິດວັນທີ 27 ມັງກອນ​ 2023 ເວລາ​ ​11:24 ໂມງ

ມີເຫດຄົນຕົກເຫວຢູ່ພູເກົ້າຫລັກ ເມືອງກາສີ​ ແຂວງວຽງຈັນ ​ ​

ຊື່ທ້າວ​ ພອງພັນ ອາຍຸ​ 55​ ປີ​ ຢູ່​ບ້ານປິງ ເມືອງປາກແບງ ແຂວງ​ອຸດົມ​ໄຊ​ ເສຍຊີວິດຄາທີ່.

ຕາມການບອກເລົ່າຂອງຍາດຜູ້ເສຍຊີວິດວ່າ:

ຜູ້ກ່ຽວຂີ່ລົດເມ​ ມາກັບພີ່ນ້ອງແຕ່ວັນທີ 26 ມັງກອນ 2023 ພໍມາເຖິງເຂດພູເກົ້າຫລັກ (ໂຄ້ງຈຸດຊົມວິວ)​

ຜູ້ກ່ຽວລົງລົດຍ້ອນລົດເລັ່ງບໍ່ຂຶ້ນ​ ຈຶ່ງອອກຈາກລົດເພື່ອຈະຍ່າງຂຶ້ນໄປແຕ່ພາດຕົກເຫວເລິກປະມານ 300 ກວ່າແມັດ

.ສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ

​ຂໍ້ມູນຈາກ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫລວງພະບາງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button