ຂ່າວທົ່ວໄປ

ຍິນດີກັບ ນາງປາວີນາ ສໍລະຈຳປາ ຫຼື ອິ່ມມີ້ ນັກຮຽນເກັ່ງ ມ.7 ລຸ້ນທີ 2 ຂອງໂຮງຮຽນປາດຖະໜາ

ຄວາມພະຍາຍາມບໍ່ເຄີຍທໍລະຍົດໃຜ! ຍິນດີກັບກັບ ນາງປາວີນາ ສໍລະຈຳປາ ຫຼື ອິ່ມມີ້ ນັກຮຽນເກັ່ງ ມ.7 ລຸ້ນທີ 2 ຂອງໂຮງຮຽນປາດຖະໜາ ສົກຮຽນ 2020-2021 ສາມາດຄວ້າທຶນລັດຖະບານເກົາຫຼີ ລະດັບປະລິນຍາຕີ (ທຶນ100%) ທີ່ມະຫາວິທະຍາໄລ HanYang University

ພ້ອມທັງຍິນດີກັບນ້ອງນັກຮຽນອີກ 2 ຄົນຈາກ ໂຮງຮຽນປາດຖະໜານາງ ສຸພາວະດີ ຄຳພັນທອງ – Kyung Hee Universityທ້າວ ອານຸລັກ ວັນນະສຸກ – ​KeimYang University

ສໍາລັບອິ່ມມີ້ເຄີຍປະກວດເວທີ Miss Teen Laos ແລະ ມີຄວາມສາມາດທາງທັກສະໃນການເວົ້າ, ຮ້ອງເພງ, ຟ້ອນ, ເຕັ້ນ ແລະ ຫຼິ້ນກີລາຕີບານ. ໂດຍສະເພາະ ທັກສະໃນການເວົ້າ ເພາະໄດ້ເປັນຕົວແທນໂຮງຮຽນເຂົ້າຮ່ວມການແຂ່ງຂັນໂຕ້ວາທີຂອງມູນນິທິ ເຈືອງ ສົມບູນຂັນ ໄດ້ລາງວັນຊະນະເລີດປີ 2020,

ດ້ານພາສາອັງກິດແມ່ນໄດ້ເປັນ 1 ໃນ 3 ຄົນຂອງຕົວແທນປະເທດລາວເຂົ້າແຂ່ງຂັນ The 9th ASEAN Quiz Regional Level ໄດ້ອັນດັບ 4 ທົ່ວອາຊຽນ, ເປັນນັກຟ້ອນ ສິລະປະໂຮງຮຽນ ແລະ ນັກກີລາບານສົ່ງທີມໂຮງຮຽນ

ຄວາມຝັນສູງສຸດຄົງຈະເປັນການໄດ້ໃຊ້ຄວາມຮູ້-ຄວາມສາມາດໃນສິ່ງທີ່ມັກ ມີລາຍໄດ້ທີ່ໝັ້ນຄົງ ໄດ້ໄປທ່ຽວຮອບໂລກກັບຄອບຄົວ ແລະ ເຮັດໃຫ້ຄອບຄົວ-ພໍ່ແມ່ຢູ່ສຸກສະບາຍ

ກິດຈະກໍາຍາມວ່າງແມ່ນເບິ່ງຊີຣີເກົາຫຼີ-ອັງກິດ ເພື່ອເປັນການຮຽນຮູ້ຄໍາສັບໃໝ່ໆໄປນໍາ ແລະ ປົກກະຕິແມ່ນສົນໃຈທັງ 2 ພາສານີ້ຢູ່ແລ້ວ

ສ່ວນເວລາວ່າງໄລຍະແລງແມ່ນມັກຫຼິ້ນກີລາ ຕີບານ-ຕີດອກປີກໄກ່)

Related Articles

Leave a Reply

Your email address will not be published. Required fields are marked *

Back to top button