ຂ່າວທົ່ວໄປ

ແຂວງຫຼວງພະບາງສັ່ງເດັດຂາດ ຫ້າມເຈົ້າຂອງວົງດົນຕີຮັບງານໄລຍະປີໃໝ່ ຝ່າຝືນໂທດໜັກ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ, ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ:

ໃນໄລຍະສົ່ງທ້າຍປີເກົ່າ 2021 ແລະຕ້ອນຮັບປີໃຫມ່ສາກົນ 2022 ນີ້, ໃຫ້ລົງຕິດຕາມ , ກວດກາ, ແນະນໍາ ບັນດາເຈົ້າຂອງວົງດົນຕີ, ຫ້າມບໍ່ໃຫ້ມີການສ້າງສັນຊຸມແຊວ ໂດຍການນໍາໃຊ້ລະບົບເຄື່ອງດົນຕີ, ເຄື່ອງຂະຫຍາຍສຽງ ແລະເຄື່ອງເສບເອເລັກໂທນ ຢູ່ຕາມສະຖານທີ່ຕ່າງໆ ຢ່າງເດັດຂາດ;

ເນື່ອງຈາກວ່າ ປັດຈຸບັນ ສະພາບການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຢູ່ແຂວງຫຼວງພະບາງ ຍັງມີການແຜ່ລະບາດອອກເປັນວົງກວ້າງ ແລະຍັງຈະສືບຕໍ່ເພີ່ມຂື້ນຢ່າງຕໍ່ເນື່ອງ.

ຊຶ່ງການປ້ອງກັນຮັກສາໄລຍະຫ່າງ ແລະປ້ອງກັນຕົວເອງ ຈາກການຕິດເຊື້ອ ແລະແຜ່ເຊື້ອ ແມ່ນມາດຕະການທີ່ສໍາຄັນທີ່ຈະ ຕ້ອງໄດ້ປະຕິບັດ.

ສະນັ້ນ, ຈຶ່ງໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂ ການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຂອງສໍານັກງານນາຍົກລັດຖະມົນຕີ ແລະຫ້ອງວ່າການແຂວງ ຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂອງແຈ້ງການສະບັບນີ້ ຢ່າງ ເຂັ້ມງວດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button