ຂ່າວທົ່ວໄປ

ໃຜລະເມີດມາດຕະການປ້ອງກັນໂຄວິດ ຈະຖືກປັບໄຫມໜັກ

ລະເມີດມາດຕະການປ້ອງກັນໂຄວິດ-19 ຈະຖືກປັບໄຫມ ເລີ່ມແຕ່ 500.000 ກີບ ຫາ 10.000.000 ກີບ

ອີງຕາມ ຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 15/ຈນວ, ລົງວັນທີ 30 ສິງຫາ 20211. ໃຫ້ເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ທີ່ໄດ້ລະບຸໄວ້ໃນແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ຄຳສັ່ງ ເລກທີ 15/ຈນວ, ລົງວັນທີ 30 ສິງຫາ 2021,

ບັນດາຄຳແນະນຳຂອງຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກຢ່າງເຂັ້ມງວດ ແລະ ເດັດຂາດ ໄປຈົນກວ່າຈະສາມາດຄວບຄຸມການແຜ່ລະບາດພະຍາດຢູ່ໃນຊຸມຊົນໄດ້2. ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ – ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກ ແມ່ນຈະຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

• ບຸກຄົນລະເມີດ: ໃຫ້ປັບໄໝແຕ່ 500.000-3.000.000 ກີບ/ຄົນ/ຄັ້ງ

• ນິຕິບຸກຄົນລະເມີດ: ໃຫ້ປັບໄໝແຕ່ 5.000.000- 10.000.000 ກີບ/ນິຕິບຸກຄົນ/ຄັ້ງ

ໂດຍມອບໃຫ້ກຳລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການສຶກສາອົບຮົມ, ປັບໄໝ, ສັ່ງໂຈະກິດຈະການ ແລະ ກ້າວໄປເຖິງດຳເນີນຄະດີຕາມລະບຽບກົດໝາຍ ຕາມກໍລະນີ ແຕ່ເບົາ ຫາ ໜັກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button